New Page 1
 
ໜ້າຫລັກ ກ່ຽວກັບພວກເຮົາ ຂ່າວ ຜະລິດຕະພັນ ເຕັກໂນໂລຊີ

ຕິດຕໍ່

LANGUAGEs
ລາວ
Eng
中国
.

 

       ກ່ຽວກັບພວກເຮົາ

 
.
ແນະນໍາໂດຍຫຍໍ້
ບໍລິສັດ ຊີມັງລາວ ມະຫາຊົນ ຫຼື ໂຮງງານຊີມັງວັງວຽງ ຫຼັງ 2 ເປັນກິດຈະ
ການ
ໜຶ່ງທີ່ລັດຖະບານ ສປປລາວ ເປັນຜູ້ລິເລີ່ມ ແລະໄດ້ຮັບການສະໜັບສະ
ໜູນຢ່າງຮອບດ້ານ ຈາກລັດຖະບານ
ສ.ປຈີນ ພາຍໃຕ້ນະໂຍບາຍເງິນກູ້ເງື່ອນ
ໄຂດອກເບ້ຍຜ່ອນຜັນ
ໂດຍໄດ້ມອບໃຫ້ບໍລິສັດ ຮ່ວມມືດ້ານເສດຖະກິດ,ເຕັກ
ນິກສາກົນ
ຢູນນານຈີນ ( CYC )  ແລະລັດວິສາຫະກິດພັດທະນາກະສິກໍາ-ອຸດສາ
ຫະ
ກໍາ ແລະບໍລິການຂາອອກ -ຂາເຂົ້າ (DAI ) ເປັນຜູ້ລົງທຶນຮ່ວມກັນ ເພື່ອ
ດໍາເນີນກິດຈະການການຜະລິດ ແລະຈໍາໜ່າຍຢູ່ພາຍໃນ ແລະສົ່ງອອກ.
 

   ໂຄງການກໍ່ສ້າງ ແລະຕິດຕັ້ງໂຮງງານຊີມັງ ວັງວຽງຫຼັງ2 ໄດ້ດໍາເນີນໄປໂດຍຜ່ານວິທີ ການປະມູນແບບສາກົນ  ຈຶ່ເຮັດໃຫ້ການກໍ່ສ້າງແລະຕິດຕັ້ງໂຮງງານສໍາເລັດລົງກ່ອນເວລາທີ່ກໍານົດ.
    ນັບແຕ່ຕົ້ນ ປີ 2002 ເປັນຕົ້ນມາ ໂຮງງານ ຊີມັງວັງວຽງຫຼັງ2ໄດ້ເລີ່ມທໍາການຜະລິດ  ແລະ ຈໍາໜ່າຍຊີມັງອອກ
ຮັບໃຊ້ສັງຄົມ
ໃນປະລິມານ 240.000 - 250.000 ໂຕນ/ປີ (ໃນນີ້ລວມມີຊີມັງຝຸ່ນທີ່ບັນຈຸລົດຊີແຕ໊ກ ແລະຊີມັງບັນຈຸ
ປົ໊າ, ເປົ໊າລະ50 kg)າມມາດຕະຖານ ASTM  C-150 portland cement Type I ແລະມາດຕະຖານ GB 175-2007
 ( ISO 679:1989
) ທັງມີການບໍລິຫານ - ຈັດການຕາມມາດຕະຖານສາກົນ ISO 9001:2015.
    ຕະຫຼອດໄລຍະຜ່ານມາເຫັນວ່າ ຜະລິດຕະພັນຊີມັງກາກະທິງທອງໄດ້ຮັບຄວາມນິຍົມແລະ ຍອມຮັບຈາກລູກຄ້າ
ກໍ່ຄືຜູ້ຊົມໃຊ້ເປັນຢ່າງດີ
. ຊີມັງລາວກາກະທິງທອງມີຈໍາໜ່າຍຢູ່ນະຄອນຫລວງວຽງຈັນ ແລະ ແຂວງອ້ອມຂ້າງຈໍານວນໜຶ່ງ.
     ໂຮງງານຊີມັງ ວັງວຽງ ຫລັງ2 ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ, ສັງຄົມແຫ່ງຊາດ
 ຊ່ວຍປະຢັດເງິນຕາຈາກການນໍາເຂົ້າຊີມັງ ຈາກຕ່າງປະເທດໄດ້ປະມານ 20 ລ້ານໂດລາສະຫະລັດ/ປີ.
ການນໍາຂັ້ນສູງ ຂອງບໍລິສັດ


ຜູ່ອຳນວຍການ ທ່ານ ຈາງ ​ລີ

 

ແຜ່ນພັບແນະນຳ
 
 

 

 

Home  |  Site map  |  Contact Us

 

Copyright © 2024 - Lao Cement Public Company, All Rights Reserved. Designed and Hosted by: EasyWinHOST