|
ບໍລິສັດຈີນຢຸນນານຮ່ວມມືດ້ານເສດຖະກິດ
ເຕັກນິກສາກົນ( CYC )ແລະລັດວິສາຫະກິດ
ພັດທະນາກະສິກຳ-ອຸດສາຫະກຳ ແລະບໍລິການຂາອອກ
-ຂາເຂົ້າ
(DAI )
ເປັນຜູ້ລົງທຶນ
ຮ່ວມກັນ ເພື່ອດຳເນີນກິດຈະການການຜະລິດ ແລະຈຳໜ່າຍຢູ່ພາຍໃນ ແລະສົ່ງອອກ.

ໂຄງການກໍ່ສ້າງ ແລະຕິດຕັ້ງໂຮງງານຊີມັງ
ວັງວຽງຫຼັງ2
ໄດ້ດຳເນີນໄປໂດຍຜ່ານວິທີ ການປະມູນ
ແບບສາກົນ
ຊຶ່ງໄດ້ເຮັດໃຫ້
ການກໍ່ສ້າງແລະຕິດຕັ້ງໂຮງງານສຳເລັດລົງ
ກ່ອນເວລາທີ່ກຳນົດ.
ນັບແຕ່ຕົ້ນ ປີ
2002
ເປັນຕົ້ນມາ ໂຮງງານ
ຊີມັງວັງວຽງຫຼັງ2ໄດ້ເລີ່ມທຳການຜະລິດ
ແລະ ຈຳໜ່າຍຊີມັງອອກຮັບໃຊ້ສັງຄົມ
ໃນປະລິມານ
200.000 - 250.000
ໂຕນ/ປີ
(ໃນນີ້ລວມມີຊີມັງຝຸ່ນທີ່ບັນຈຸລົດຊີແຕ໊ກ
ແລະ ຊີມັງບັນຈຸເປົ໊າ
ເປົ໊າລະ
50 kg)ຕາມມາດ
ຕະຖານຄຸນນະພາບຊີມັງອາເມລິກາ
ASTM C-150
type I
ແລະມາດຕະຖານຊີມັງຂອງ
ຈີນ GB
175-1999 ( ISO 679
)
ທັງມີການບໍລິຫານ
- ຈັດການຕາມມາດຕະຖານສາກົນ
ISO 9001:2008.
ຕະຫຼອດໄລຍະຜ່ານມາເຫັນວ່າ
ຜະລິດຕະພັນຊີມັງກາກະທິງທອງໄດ້ຮັບຄວາມນິຍົມ
ແລະ
ຍອມຮັບຈາກລູກຄ້າກໍ່ຄືຜູ້ຊົມໃຊ້ເປັນຢ່າງດີ.
ຊີມັງລາວກາກະທິງທອງມີຈຳໜ່າຍ
ຢູ່ນະຄອນຫລວງວຽງຈັນ
ແລະ ແຂວງອ້ອມຂ້າງຈຳນວນໜຶ່ງ.
ໂຮງງານຊີມັງ ວັງວຽງ ຫລັງ2
ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ
ເສດຖະກິດ - ສັງຄົມແຫ່ງຊາດ,
ຊ່ວຍປະຢັດເງິນຕາຈາກການນຳເຂົ້າຊີມັງ
ຈາກຕ່າງ
ປະເທດໄດ້ປະມານ
13
ລ້ານໂດລາສະຫະລັດ/ປີ. |